ເພງ ພົບຮັກທີ່ບໍລິຄຳໄຊ
ຮ້ອງໂດຍ: ຈິດສະດາ ນິພົນX ພອຍໄພລິນ ນິພົນ
ແຕ່ງໂດຍ: ອຈ: ແສງດາລາ ປາກກາທອງ
ດົນຕຣີ&ຫ້ອງອັດ: ນັດ ນິພົນ
ຖ່າຍທຳ&ຕັດຕໍ່: ນັດ ນິພົນ
ເນື້ອເພງ:ພົບຮັກທີ່ບໍລິຄຳໄຊ
#ເມື່ອມາເຖິງແດນບໍລິຄຳໄຊ
ທິວທັດແສນງາມຈັບໃຈ ອາບເອ້ໄປດ້ວຍທຳມະຊາດ
ໂອ້…ເມືອງປາກຊັນ ບໍລິຄັນແລະທ່າພະບາດ
ປາກກະດິງນ້ຳທອນສະຫວາດ ຫລັກຊາວສົບຈາດຄຳເກີດວຽງທອງ
#ໄດ້ເຫັນພະທາດພະບາດໂພນສັນ
ນ້ຳງື່ມນ້ຳມັງນ້ຳຊັນ ນ້ຳງຽບກະດັນກະດິງໄຫລລ່ອງ
ຂ້າມພູແດນເມືອງ ເຖິງນ້ຳເຫືອງຜາເມືອງເປັນປ່ອງ
ພູງູພູຂຽວຜາທອງ ເບິ່ງສອດສ່ອງໃຕ້ຟ້າວິໄລ
#ສຸກໃຈເຫັນທິວທັດສວຍງາມເດັນ
ມາລາຫອມມາບໍ່ເວັ້ນ ມາເຫັນແລ້ວລືມບໍ່ໄດ້
ຄ່ຳຄືນສຸດແສນ ຟັງສຽງແຄນຂັບເມີ້ຍພູໄທ
ບ່າວສາວລົງຂວ່າງເຂັນຝ້າຍ ສູດອາໄລຍາມໄດ້ຈາກລາ
#ໂອ່ໜໍບໍລິຄຳໄຊດິນແດນ
ບໍ່ລືມເຈົ້າຂອງສຽງແຄນ ຈະຄອຍແຟນແຕ່ງນ້ອງປີໜ້າ
ນ້ອງຢູ່ວຽງຈັນ ຄອຍວັນຊາຍຍົກຂັນໝາກມາ
ສອງເຮົາໄດ້ຮ່ວມວິວາ ແລ້ວມາສ້າງສາບໍລິຄຳໄຊ…
**
#ຈິດສະດານິພົນ #ພອຍໄພລິນນິພົນ #ພົບຮັກທີ່ບໍລິຄຳໄຊ
เพลง #พบฮักที่บอลิคำไช
ศินลปิน: จิดสะดานิพลxพลอยไพลินนิพล
คำร้อง/ทำนอง: อาจารย์ แสงดารา ปากกาทอง
ดนตรี/ห้องบันทึกเสียง: นัด นิพล
ถ่ายทำ/ตัดต่อ : นัด นิพน