MENU

Fun & Interesting

Laos : ຮຸ່ງອາລຸນ ທີ່ສະຫວັນນະເຂດ | สะหวันนะเขด ยามเช้า.

Bao kham Travel 3,739 lượt xem 1 week ago
Video Not Working? Fix It Now

#ຄວາມໝາຍທາງດ້ານຄຳສັບ: ຊື່ຂອງ ແຂວງສະຫວັນນເຂດ ແມ່ນມີມູນເຫດຫຼັກໆມາຈາກ 3 ຢ່າງຄື:
.
1). ເພື່ອໃຫ້ໄດ້ຄວາມໝາຍທີ່ສູງສົ່ງ ຄືເປັນເມືອງສະຫວັນຊັ້ນຟ້າ,
2). ສຸວັນນະເຂດ ທີ່ແປວ່າ “ແຜ່ນດິນຄຳ” ເພາະເຂດທີ່ເປັນຕົວເມືອງສະຫວັນນະເຂດໃນສະໄໝບູຮານມີຊື່ວ່າບ້ານນາຄໍາ ຍ້ອນມີບໍ່ນໍ້າຄຳຢູ່ຕີນດົງໄຫຼອອກມາຢູ່ຕະຫຼອດປີ,
3). ມາຈາກຊື່ຄົນ “ທ້າວສຸວັນນາເຂັດ” ເດີມທີ່ຊື່ “ສຸວັນ” ແລ້ວມາເຮັດນາໃສ່ບ່ອນທີ່ເປັນບໍ່ນໍ້າຄຳ ເຊິ່ງເປັນບ່ອນເຂັດຢໍາໃຜມາເຮັດນາໃສ່ກະຢູ່ບໍ່ໄດ້ ແຕ່ທ້າວສຸວັນມາຢູ່ພັດບໍ່ເຈັບໄຂ້ໄດ້ປ່ວຍແຖມຍັງໄດ້ຜົນຜະລິດດີ ຈົນຊາວບ້ານເລີຍພາກັນເອີ້ນວ່າ “ທ້າວສຸວັນນາເຂັດ”
.
#ຄວາມໝາຍທາງປະຫວັດສາດ: ແຂວງສະຫວັນນະເຂດຖືກສ້າງຕັ້ງຂຶ້ນໃນວັນທີ 6 ກຸມພາ ປີ ຄ.ສ 1899 (ໂດຍຟຣັ່ງ) ເພື່ອຍ້າຍສຳນັກງານຈາກເມືອງຫຼວງໂພນສິມ ແລະ ຄ້າຍທະຫານຈາກສອງຄອນມາໄວ້ບ້ານທ່າແຫ ຫຼື ທ່າແຮ່ ເພື່ອຄວາມສະດວກສະບາຍໃນການຕິດຕໍ່ພົວພັນວຽກງານ ແລະ ເຂດເມືອງໃໝ່ມີສັກກະຍະພາບໃນການຂະຫຍາຍຕົວເມືອງໄດ້ດີກວ່າ ຫຼັງຈາກນັ້ນກໍ່ໄດ້ ໃສ່ຊື່ໃໝ່ໃຫ້ເຂດທີ່ເປັນສຳນັກງານໃໝ່ຈາກເດີມທີ່ຊື່ວ່າເມືອງຫຼວງໂພນສິມ ປ່ຽນມາເປັນ ເມືອງ “ຄັນທະບູລີ” ເຊິ່ງແປວ່າ “ເມືອງແຫ່ງຊໍ່ດອກໄມ້ ຍ້ອນອ້ອມແອ້ມເມືອງຄັນທະບູລີນັ້ນແມ່ນປະກອບດ້ວຍດົງດອກໄມ້ທີ່ໃຫ້ກິ່ນຫອມນາໆຊະນິດຄື: ດົງດອກໄມ້, ດົງນາຕາດ, ດົງຄັນທະຣົດ, ດົງດຳດວນ...
ປັດຈຸບັນເມືອງຄັນທະບູລີໄດ້ປ່ຽນຊື່ມາເປັນເມືອງ ໄກສອນ ພົມວິຫານ ຕັ້ງແຕ່ 2018.
.
ອ້າງອີງຈາກໜັງສື: ປະຫວັດສາດແຂວງສະຫວັນນະເຂດກ່ອນປີ 1900 ໂດຍ: ຖ ວ ທ ແຂວງ

#lao #savanhnakhet #laos

Comment