MENU

Fun & Interesting

กลองแลงแทงใจ (ກອງແລງແທງໃຈ) - ແສງຈັນ ພັນມາລາ(ต้อมแสงจันทร์) [MUSIC VIDEO]

แสงจันทร์ พันมาลา 181,262 lượt xem 1 month ago
Video Not Working? Fix It Now

ເພງ: ກອງແລງແທງໃຈ
ຮ້ອງໂດຍ: ແສງຈັນ ພັນມາລາ
ແຕ່ງໂດຍ: ອຈ ກຸໄລ ລູກທາດອີງຮັງ
ດົນຕຣີ: ອຈ ວາດ ວາທະສິນ
ຫ້ອງບັນທຶກສຽງ:ກອນບຣູ ສະຕູດີໂອ
ຖ່າຍທຳ+ຕັດຕໍ່ : ບຸນຊູ ເພັດໂນນໄຊ

ຕິດຕາມແລະຕໍ່ງານໄດ້👇
Facebook : https://www.facebook.c...
Tiktok: https://www.tiktok.com...

ເນື້ອເພງ:

ພໍຕະເວັນແດງ ພະກໍ່ຕີກອງແລງດັງມາຮ່ວນໆ
ບໍ່ເຫັນເຈົ້າໃຈເສົ້າຄ່ຳຄວນ ກອງດັງຮ່ວນໆກໍ່ຍິ່ງຄວນຫາຊາຍ ຄິດຮອດເຈົ້າເດ້ ຫົວອົກຊິເພເປັນບ້າປ່ວງຕາຍ ສຽງກອງແລງດັງມາຍາມໃດ ມັນຄືສິໄດ້ເຫັນໜ້າອ້າຍຄືເກົ່າ
ຄ້ອຍຄ່ຳລົງແລງ ຢູ່ໃຕ້ຕົ້ນຕະແບງຍັງເປັນແຫຼ່ງຮັກເຮົາ ບ່ອນເຄີຍຢູ່ຄູ່ກັນເໝືອນເງົາ ແຕ່ບັດນີ້ເຈົ້າຈັກໄປຢູ່ກັບໃຜ ຄ້ອງດັງຮ່ວນໆ ເຈົ້າຍັງບໍ່ຫວນຢ້ອນຕ່າວຄືນໄປ ຫລືໄດ້ພົບດອກຟ້າເມືອງໃຫຍ່ ຈຶ່ງລືມດອກຜັກໄຊຢູ່ໃຕ້ຕົ້ນຕະແບງ
*ກອງແລງເຄີຍຟັງຍັງດັງຕຸ້ມຕຶ່ງ ຕຸ້ມຕື໋ຕຸ້ມຕຶ່ງ ຕຸ້ມແລ້ວມຶ່ງຍິ່ງຄະນຶງເຖິງຊາຍ ສຽງກອງຕຸ້ມຕຶ່ງພາໃຫ້ຄິດເຖິງເຈົ້າຢູ່ບໍ່ຫາຍ ເສຍແຮງຖ້າເລີຍບໍ່ມີຄວາມໝາຍ ເສຍແຮງຮັກອ້າຍເລີຍນອນລັ່ງນ້ຳຕາ
ພໍຕະເວັນແດງຍາມພະຕີກອງແລງ ນ້ອງຍັງໄປລັດຖ້າ ຮູ້ແກ່ໃຈວ່າອ້າຍບໍ່ມາ ແຕ່ສິນ້ອງສິຖ້າໄປຈົນຊົ່ວຊີວີ ຍອມເປັນສາວເຖົ້າ ເປັນຄົນນັ່ງເຝົ້າກ້ອງໃຕ້ລ່າງກຸດຕິ ຕັດກິເລດບວດເປັນແມ່ຊີ ວັນສິນໜ້າສິຂໍຕີກອງແລງຢູ່ຕຸ້ມຕຶ໋ງ…

*// (ຢູ່ຕຸ້ມຕຶ໋ ຢູ່ຕຸ້ມຕື່ງ ຢູ່ຕຸ້ມຕື໋ ຢູ່ຕຸ້ມຕຶ່ງ ຢູ່ຕຸ້ມຕື໋ ຢູ່ຕຸ້ມຕື່ງ…)


#ต้อมแสงจันทร์ #กลองแลงแทงใจ #ກອງແລງແທງໃຈ #ແສງຈັນພັນມາລາ #ເພງລາວລູກທົ່ງ2025 #เพลงลาวมาใหม่ #เพลงลาว

Comment