ນິທານຊຽງຫມ້ຽງ (ລວມທຸກຕອນ)
ຄວາມເປັນມາຂອງນິທານຊຽງຫມ້ຽງ ມີຄວາມສະຫລັບສັບຊ້ອນຫລາຍເພາະວ່າບໍ່ໄດ້ບອກຊື່ຜູ້ແຕ່ງ ທັງບໍ່ໄດ້ບອກວ່າແຕ່ງຂື້ນປີໃດ, ໂດຍທົ່ວໄປແມ່ນເປັນນິທານທີ່ເລົ່າສືບຕໍ່ກັນມາແບບປາກຕໍ່ປາກເຫິງນານມາແລ້ວ ແລະ ມີການບອກເລົ່າກັນຢ່າງກວ້ງຂວາງທົ່ວດີນແດນອານາຈັກລາວລ້ານຊ້າງ. ນອກຈາກນີ້ ຍັງມີການບອກເລົ່າຄ້າຍຄືກັນນີ້ ຢູ່ໃນດິນແດນອານາຈັກສະຫຍາມໃນເມື່ອກ່ອນ ຕໍ່ມທໄປປ່ຽນຊື່ມາເປັນປະເທດໄທ ນັບແຕ່ປີ ຄ.ສ 1939 ມານີ້. ຢູ່ໃນດິນແດນອານາຈັກສະຫຍາມ ເພີ່ນໃຫ້ຊື່ວ່າ "ນິທານສີທະນົນໄຊ" ສ່ວນໃຈດີນແດນລາວລ້ານຊ້າງ ພວກເຮົາເອີ້ນກັນວ່າ "ນິທານຊຽງຫມ້ຽງ" ເມື່ອຜູ້ຂຽນຍັງເປັຍເດັກນ້ອຍ ອາຍຸ 8_9ປີ ກໍເຄີຍໄດ້ຍິນໄດ້ຟັງການເລົ່ານິທາຍຊຽງຫມ້ຽງ ຈາກຜູ້ເຖົ້າຜູ້ແກ່ ຫລື ແມ່ນແຕ່ໃນຫມູ່ຄົນທົ່ວໄປໃນເວລາຊຸມແຊວກັນ ກໍມັກຈະເອົາເລື່ອງນິທານເລື່ອງຕ່າງໆມາເລົ່າສູກັນຟັງຜ່ອນຄາຍອາລົມ ໄດ້ທັງຄວາມຮູ້ ແລະ ຄວາມເພີດເພີນ.
ໃນເວລາຜູ້ຂຽນບວດເປັນຈົວ ກໍເຄີຍໄດ້ອ່ານຫນັງສືນິທານຊຽງຫມ້ຽງເປັນຫນັງສືຜູກໃບລານ ຈານໃສ່ໃບລານເປັນຕົວອັກສອນທຳພາສາລາວ ມີຄວາມຍາວປະມານ 100 ໃບ ເລືອກອ່ານເປັນບາງຕອນ ໃນເມື່ອມີເວລາວ່າງເພື່ອເອົາໄປເລົ່າຕໍ່ໃຫ້ຫມູ່ເພື່ອຍຟັງ. ເນື້ອໃນນິທານຊຽງຫມ້ຽງທີ່ຂຽນ ຫລື ຈານ (ເອົາເຫລັກຈານຂຽນ) ໃສ່ໃບລານໄວ້ນັ້ນ ກໍ່ຄ້າຍຄືກັນກັບເລົ່າກັນປາກເປົ່າ ແຕ່ການເລົ່າກັນປາກເປົ່າ ມີການປຸງແຕ່ງເນື້ອໃນໃຫ້ເຂົ້າກັບບັນຍາກາດ, ສະພາບຂອງສັງຄົມ ເພື່ອສ້າງຄວາມຂົບຂັນຕື່ນເຕັ້ນ ຮຽກຮ້ງສຽງຫົວຈາກຜູ້ທີ່ໄດ້ຟັງ.
ຄົ້ນຄວ້າ ແລະ ຮຽບຮຽງໂດຍ ມະຫາບຸນມີ ເທບສີເມືອງ
ສິນລະປີນດີເດັ່ນ ສາຂາວັນນະກຳ
เรื่องเล่าเชียงเมี่ยง (รวมทุกตอน)
ความเป็นมาของตำนานเชียงเมี่ยงนั้น ซับซ้อนมากเพราะไม่ได้เอ่ยชื่อผู้แต่ง หรือ แต่งปีใด โดยทั่วไป ถือเป็นตำนานที่สืบทอดกันแบบปากต่อปากมาเป็นเวลานาน และ ได้รับการบอกเล่าอย่างแพร่หลายตลอดมา อาณาจักรลาว. อีกทั้งมีเรื่องราวคล้ายๆ กันในดินแดนอาณาจักรสยามเปลี่ยนชื่อเป็นประเทศไทยตั้งแต่ปี ค.ส 1939 ในดินแดนสยามอาณาจักรเรียกว่า "เรื่องราวของสีถนนไซ" และในดินแดนของลาวเราเรียกว่า "เรื่องราวของเชียงเมี่ยง" เมื่อผู้เขียนยังเป็นเด็กอายุ 8-9 ขวบเขา เคยฟังเรื่องราวของเชียงเมี้ยงจากผู้เฒ่า หรือ แม้แต่เพื่อนฝูงระหว่างการประชุม
เมื่อผู้เขียนเป็นสามเณรเคยอ่านหนังสือนิทานเมืองเชียงเมี่ยงเป็นหนังสือผูกมัดภาษาลาว มีความยาวประมาณ 100 หน้า เขาเลือกอ่านในช่วงเวลาที่มีเวลาว่างเล่าให้เพื่อนฟัง. เนื้อหานิทานเชียงเมี่ยงที่เขียนหรือ จานใส่ใบลาน (เอาเหลักจานเขียน) มีลักษณะคล้ายการສเล่าปากต่อปาก แต่การเล่าปากต่อปากต้องประมวลผลเนื้อหาให้เข้ากับบรรยากาศ สภาพสังคม เพื่อสร้างความตื่นเต้นและเสียงหัวเราะจากผู้ที่ฟัง.